30.6.12

Android 4.1 Jelly Bean ມີຫຍັງໃໝ່ໆ ? ຄືຫຍັງ ? ເປີດໂຕທ້າກັບ iOS 6 Apple : + Google Now + ໄວຂື້ນ





 Android 4.1 ອັບເດດການເປີດຕົວກັບ vieng-tk.blogspot.com ງານເປີດຕົວ Android 4.1 ເວີຊັ້ນໃໝ່ລ່າສຸດ ຜ່ານພົ້ນໄປຮຽບຮ້ອຍແລ້ວ ໂດຍໃຊ້ຊື່ວ່າ Jelly Bean (JB) ເປັນຟີເຈີ້ຍ່ອຍທີ່ຕໍ່ຍອດຈາກ Android 4.0 ເຮົາມາເບິ່ງກັນວ່າ Android 4.1 Jelly Bean ໜ້າຕາເປັນແບບໃດ ມີຫຍັງໃຫ້ເຮົາໃຊ້ງານແນ່ ແລະ ຄຳຖາມທີ່ທຸກຄົນຢາກຮູ້ Android 4.0 Vs Android 4.1 ຕ່າງກັນແບບໃດ : Review Jelly Bean 





ຄວາມແຕກຕ່າງລະຫວ່າງ Android 4.0 ICS Vs Android 4.1 JB 


 ຢ່າງໜື່ງທີ່ທາງ Google ນຳສະເໜີກໍ່ຄືຄວາມໄວໃນການໃຊ້ງານລະບົບ OS ມີການໃຊ້ງານແບບຫລ່ຽນໄຫລກວ່າເກົ່າ ແບບຮູ້ສຶກໄດ້ ເຮົາມາເບິ່ງກັນເລິຍວ່າ ລະຫວ່າງ Android 4.0 ICS Vs Android 4.1 JB ໃຜຈະເໜືອກວ່າໃຜໃນເລື່ອງຂອງຄວາມໄວ.






Android 4.1 Jelly Bean ມີຫຍັງໃໝ່ ? ມີຫຍັງແນ່ທີ່ປ່ຽນແປງ ?

ຄວາມສາມາດໃໝ່ໆ ພ້ອມໜ້າຕາໃໝ່ ຂອງ Jelly Bean ນັ້ນທາງ Google ຍົກເຄື່ອງໃໝ່ບໍ່ວ່າຈະເປັນ Notification ທີ່ຕິດຕັ້ງ ຢູ່ໃນ Widget ລະບົບແຈ້ງເຕືອນ ປັບປຸງລະບົບຖ່າຍຮູບໃໝ່ເຮັດໃຫ້ລີວິວຮູບໄດ້ໄວກວ່າເກົ່າ ເພີ່ມຄວາມສະດວກໃນການພິມ ຂໍ້ຄວາມດ້ວຍຄີບອດແບບໃໝ່ ແລະ Google Now ຟີເຈີ້ໃໝ່ລ່າສຸດສະແດງສະຖານທີ່ທ່ອງທ່ຽວ ໃຫ້ຄົບ ເຮົາໄປເບິ່ງຟີເຈີ້ທັງ ໝົດ ພ້ອມໜ້າຕາ JB ກັນເລີຍ

Feature Android 4.1 JB


Widgets : ມີການຈັດການ Widgets ແບບໃໝ່ການໂຍກຍ້າຍໄອຄອນ ການຈັດວາງຕາມໃຈ

APP Camera : ມີການຈັດການແອັບພລິກເຄຼຊັ້ນໃນເລື່ອງຂອງການຖ່າຍຮູບ ໃຫ້ມີການໃຊ້ງານທີ່ງ່າຍຂື້ນກວ່າເກົ່າ ລວມໄປເຖິງການຕົກແຕ່ງຮູບ ຕັດ ຫຍໍ້ ຂະຫຍາຍ ໄດ້ໄວກວ່າ ICS ຫຼາຍ...


New Keyboard : ຟີເຈີ້ຄີບອດແບບໃໝ່ໃນ Android 4.1 ມີການລຽງຕົວໃໝ່ເພີ່ມການເດົາຄຳສັບທີ່ຕ້ອງການໃຫ້ເຮົາ ໂດຍອັດຕະໂນມັດ ແລະຕົວຊ່ວຍໃນການພິມ


Voice Search : ເພີມລະບົບຄົ້ນຫາດ້ວຍສຽງ ໂດຍອອກຄຳສັ່ງໂດຍກົງ JB ຈະສາມາດຄົ້ນຫາຫຍັງກໍ່ໄດ້ຕາມຕ້ອງການໃນ Google  ແລະບໍ່ຕ້ອງເຊື່ອມຕໍ່ internet ໃນການໃຊ້ງານຟີເຈີ້ນີ້ຄື Siri ອີກດ້ວຍ.

Google Now : ໃໝ່ລ່າສຸດກັບີເຈີ້ທີ່ຈະບອກໃຫ້ເຮົາຮັບຮູ້ເຖິງສະຖານທີ່ ທີ່ນ່າສົນໃຈ ພ້ອມຂໍ້ມູນຈາລະຈອນ ຮ້ານອາຫານ ສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈ ແລະອີກຫຼາຍໆຢ່າງ.



No comments:

Post a Comment

Lor separat

Sam vocabular

ປະເທດທີ່ກຳລັງເຂົ້າເບິ່ງ

Pages

Blogger templates

free counters

Laos site.

Blog Archive