Google Maps ເຖິງຈະຖືກຖອດອອກຈາກລະບົບປະຕິບັດການລ່າສຸດຂອງApple iOS6 ແລະຖືກແທນທີ່ດ້ວຍແຜນທີ່ຂອງ ຕົວເອງຄືApple MAP 3D ເຖິງວ່າຈະບໍ່ໄດ້ບັນຈຸຄື Facebook ແລະ Twitter ແຕ່ກໍ່ຈະກັບ ມາໃນຮູບແບບແອັບພລິກເຄຼຊັ້ນຄື ຂອງທາງAndroidທີ່ມີກັນຢູ່ຄື Google Maps for Android (Navigation) ໂດຍມີການຢືນຢັນຈາກນັກພັດທະນາໃນທີມຂອງ Google Street View ວ່າກັບມາແນ່ນອນ!!
Google Maps & 3D MAP Apple ມີຢູ່ໃນ iOS 6 ແນ່ນອນ
ຫລັງຈາກ iOS 6 ເປີດໂຕຢ່າງເປັນທາງການພ້ອມທົ່ວ Google Maps ໄດ້ຖືກຖອດອອກຈາກລະບົບປະຕິບັດການໄປເປັນທີ່ ຮຽບຮ້ອຍແລ້ວ ແຕ່ຜູ້ໃຊ້ງານທີ່ເຄີຍໃຊ້ລະບົບແຜນທີ່ຂອງ Google ກໍ່ບໍ່ຕ້ອງເສຍໃຈໄປເນື່ອງຈາກທີມງານໃນ Google Street View team @Jeff Huber SVP ໄດ້ເວົ້າໃນ Twitter ວ່າ Google Maps ຈະກັບມາໃນ iOS 6 ໃນຮູບແບບແອັບພລິກ ເຄຼຊັ້ນຢ່າງແນ່ນອນແລະຈະເປັນແຜນທີ່ທີ່ດີກວ່າໃນ iOS 5.x ແນ່ນອນ.

ຄາດວ່າຈະເປັນຄືກັນ Google Maps for Android (Navigation) ຢ່າງໃດກໍ່ຕາມໄດ້ມີຂ່າວເພີ່ມເຕີມອີກວ່າ Google Map for iOS 6 ໄດ້ຖືກສ້າງຂື້ນມາເປັນທີ່ຮຽບຮ້ອຍແລ້ວແຕ່ຢູ່ໃນລະຫວ່າງການພັດທະນາໃຫ້ສົມບູນແບບ ແຕ່ຍັງບໍ່ມີການ ກຳນົດການປ່ອຍອອກມາ ນັກວິເຄາະຄາດວ່າຈະປ່ອຍອອກມາໃນໄວໆນີ້ ພ້ອມໆກັບ iOS 6 ຕັວເຕັມທີ່ກຳລັງຈະອອກມາ.
Google Maps for Android

No comments:
Post a Comment