iPod ອັບເດດຂ່າວໄອທີໄປກັບ vieng-tk.blogspot.com ງານເຂົ້າກັບຫຼາຍຄົນທີ່ໃຊ້ງານ iPod Touch ທຸກທ່ານ ໃຫ້ລະວັງ ໂຕກັນໄວ້ ລ່າສຸດມີຄົນກົດ PassCode ປົດລ໋ອກເຄື່ອງຜິດເກີນ 10 ເທື່ອ ຖືກ iPod Touch ລ໋ອກໂຕເອງດົນເຖິງ 22,338,550 ນາທີ (ຫຼືກວ່າ 42 ປີ) ລ໋ອກກັນໄປເຄິ່ງຊີວິດກັນເລີຍກະວ່າໄດ້ ຫຼືບາງຄົນຕາຍໄປກ່ອນທີ່ຈະກັບມາໃຊ້ ipod ອີກເທື່ອເລີຍກາວ່າໄດ້.
Password Lock : iPod Touch ກົດຜິດ 10 ເທື່ອ ຖືກລ໋ອກເຄື່ອງ 42 ປີ !!
ລ່າສຸດຄວາມຜິດພາດທີ່ເຮົາໄດ້ເຫັນນີ້ເປັນບັດຂອງຕົວເຄື່ອງ iPod Touch (ບໍ່ຮູ້ວ່າລ໋ອກໃດສິເກີດຂື້ນແດ່) ໂດຍປົກກະຕິແລ້ວການກົດ Password ຫຼື PassCode ຜິດຕໍ່ກັນ 10 ເທື່ອ ຕົວເຄື່ອງຈະລ໋ອກໂຕເອງພຽງແຕ່ 60 ນາທີເທົ່ານັ້ນ ແຕ່ນີ້ທ່ານກັບຖືກລ໋ອກດົນເຖິງ 22,338,550 ນາທີ (ຫຼືກວ່າ 42 ປີ) ວິທີການແກ້ໄຂກໍ່ມີບໍ່ເທົ່າໃດວິທີນັ້ນຄື Restore ເຄື່ອງກັບ Computer ນັ້ນເອງ ເຕືອນກັນໄວ້ເດີ້ ໃຜທີ່ປະເຄື່ອງໄວ້ແລ້ວມີໝູ່ ມາກວນຫຼື ເດັກນ້ອຍກົດ Password ເຄື່ອງຫລີ້ນໆກໍ່ລະວັງ ບາງທ່ານແກ້ໄຂຫຼື Restore ບໍ່ເປັນ ຈົນໄປເສຍເງິນຈ້າງຮ້ານເຮັດໃຫ້ ແສນ – ສອງແສນພຸ້ນລະ
No comments:
Post a Comment