8.7.12

New iPad 3.5 ໃໝ່!! ອັບເກຼດຍົກເຄື່ອງໃໝ່ໝົດ ທັງກ້ອງ ທັງຄວາມຮ້ອນ ຕຽມເປີດໂຕທ້າຍປີນີ້


New iPad 3.5 ຕຽມເປີດໂຕທ້າຍປີນີ້


 New iPad ອັບເດດຂ່າວໄອທີກັບ vieng-tk.blogspot.com  iPad Mini ລຸ້ນນ້ອຍຈາກແອັບເປີ້ນທີ່ຈະເປີດໂຕດ້ວຍລາຄາປະມານ 9,000 ບາດ ແຕ່ວ່າທາງແອັບເປີ້ນອາດຈະເຮັດການພັດທະນາ New iPad 3.5 ທີ່ເພີ່ມຄວາມສາມາດກ້ອງຫລັງ ພ້ອມກັບປັບປຸງເລື່ອງຂອງຄວາມຮ້ອນຈາກຕົວເຄື່ອງ ແຖມລົດນ້ຳໜັກໃຫ້ເບົາຂື້ນອີກດ້ວຍ ໂດຍຈະມີການເປີດໂຕຊ່ວງທ້າຍປີນີ້.


New iPad 3.5 ອັບເກຼດຄວາມສາມາດ ເປີດຕົວທ້າຍປີ
   ແຫລ່ງຂ່າວຈາກ Digitimes ຈາກປະເທດເກົາຫລີໄດ້ເປີດເຜີຍແຫລ່ງຂໍ້ມູນບໍ່ຮູ້ແຫລ່ງທີ່ມາວ່າ Apple ໄດ້ຕຽມພັດທະນາ New iPad 3.5 ທີ່ມີການປັບປຸງກ້ອງຫລັງໃຫ້ມີຄວາມລະອຽດຫຼາຍຂື້ນ ເລນມີຂະໜາດໃຫຍ່ຂື້ນ ຮູບທີ່ຖ່າຍອອກມາຈະງາມ ແລະອັບເກຼດແບັດເຕີລີ້ໃຫ້ມີບັນຫາເລື່ອງຂອງຄວາມຮ້ອນໜ້ອຍລົງ ແລະຈະມີການໃຊ້ງານໄດ້ດົນຂື້ນກວ່າເກົ່າ ສົ່ງຜົນໃຫ້ iPad 3.5 ມີຂະໜາດເບົາກວ່າ New iPad 3 ຫຼາຍພໍສົມຄວນ ໂດຍກຳໜົດການວາງຈຳນ່າຍ New iPad 3.5  ຈະມີການວາງຈຳນ່າຍໃນຊ່ວງທ້າຍປີນີ້.

Ref : Appleinsider

No comments:

Post a Comment

Lor separat

Sam vocabular

ປະເທດທີ່ກຳລັງເຂົ້າເບິ່ງ

Pages

Blogger templates

free counters

Laos site.

Blog Archive