S3 ອັບເດດຂ່າວໃໝ່ໄປກັບ vieng-tk.blogspot.com ຫລັງຈາກການເປີດຕົວຂອງ ຊັມຊຸງກາແລັກຊີ່ ເອສ 3 ໄປໄດ້ບໍ່ດົນໂດຍການເປີດໂຕທີ່ຜ່ານມານີ້ ທາງຊັມຊຸງຕຽມວາງຈຳນ່າຍ 3 ແບບດ້ວຍກັນຄື ໜ່ວຍຄວາມຈຳຂະໜາດ 16GB, 32GB, 64GB ແຕ່ແລ້ວກໍ່ມີເຫດບໍ່ຄາດຄິດເຮັດໃຫ້ Samsung Galaxy SIII ขนาด 64GB ຖືກຍົກເລີກການຜະລິດໄປ ແລະຈະ ເຮັດໃຫ້ບໍ່ມີການວາງຈຳນ່າຍແບບຖາວອນ.
Samsung Galaxy SIII 64GB ຍົກເລີກການຈຳນ່າຍ
ຊັມຊຸງ ກາແລັກຊີ່ ເອສ 3 ຖືກຍົກເລີກການຜະລິດ ແລະງດຈອງ
ແຫ່ລງຂ່າວຈາກ Gamarena ໄດ້ລາຍງານກ່ຽວກັບຖານຜະລິດ Samsung Galaxy SIII ຂະໜາດ 64GB ໂດຍອ້າງວ່າທາງ Expansys ຕົວແທນຈຳນ່າຍຢ່າງເປັນທາງການຂອງຊັມຊຸງ ໄດ້ປະກາດຍົກເລີກການສັ່ງຈອງ Galaxy S3 64GB ເປັນທີ່ຮຽບ ຮ້ອຍແລ້ວ ແລະມີການຍົກເລີກການຜະລິດໄປແລ້ວ ໂດຍລຸ້ນ 16GB ແລະ 32GB ຍັງເປີດໃຫ້ສັ່ງຈອງແລະຈຳ ນ່າຍຢູ່ຄືເກົ່າ ແຕ່ຢ່າງໃດກໍ່ດີຍັງບໍ່ມີການປະກາດຍົກເລີກໃນປະເທດອື່ນໆ ກໍ່ຍັງຈະຕ້ອງຖ້າເບິ່ງກັນຕໍ່ໄປ
ທາງນີ້ອາດເກີດຈາກຍອດການສັ່ງຈອງ (ໜ້ອຍ) ແລະບໍ່ຕົງກັບຄວາມຕ້ອງການຂອງຕະຫຼາດອາດຈະຄວາມຈຸຫຼາຍຈົນເກີນ ຈຳເປັນ ແລະເນື່ອງຈາກ Samsung Galaxy S III ນັ້ນສາມາດເພີ່ມຄວາມຈຳພາຍນອກຢ່າງ MicroSD Card ໄດ້ຈື່ງບໍ່ຈຳ ເປັນຕ້ອງເພີ່ມເງິນຊື້ໜ່ວຍຄວາມຈຳທີ່ສູງເຖິງ 64GB ນັ້ນເອງ
No comments:
Post a Comment