14.7.12

Apple Vs Samsung : ແທັບແລັດຊັມຊຸງຊະນະຄະດີຟ້ອງຂອງAppleເພາະວ່າມັນ “ບໍ່ເຈ໋ງເທົ່າ iPad”


Samsung Vs iOs ອັບເດດຂ່າວໄອທີໄປກັບ vieng-tk.blogspot.com ເສືອສອງໂຕຢູ່ໃນຖ້ຳດຽວກັນບໍ່ໄດ້ ລ່າສຸດໄດ້ປະທະກັນທີ່ປະເທດອັງກິດ Apple ຟ້ອງ Galaxy Tabs 7.7, 8.9, 10.1  ອ້າງວ່າລອກຮຽນແບບ iPad ສານອັງກິດໄດ້ຕັດສິນອອກມາວ່າ " ແທັບແລັດຊັມຊຸງບໍ່ເຈ໋ງເທົ່າ iPad " 



 ຜູ້ພິພາກສາ Colin Birss ໃນປະເທດອັງກິດໄດ້ຕັດສິນຄະດີລະເມີດສິດທິບັດ ປອມແປງສິດທິບັດໝາຍເລກ000181607-0001 ຂອງທາງເເອັບເປີ້ນ ໂດຍບໍ່ໄດ້ຕັດສິນອຸປະກອນ Samsung Galaxy Tab 7.7, 8.9, 10.1 ທັງ 3 ລຸ້ນບໍ່ຜິດເລື່ອງລະ ເມີດສິດທິບັດ ສານລະບຸວ່າເບິ່ງພາຍນອກແລ້ວອາດຈະຄືກັນກັບ Apple iPad ແຕ່ຊັມຊຸງນັ້ນບາງກວ່າຫຼາຍແລະຫາກເບິ່ງ ດ້ານຫລັງແລ້ວຈະເຫັນວ່າການອອກແບບບໍ່ໄດ້ຄືກັນກັບ iPad ເລີຍ ແລະກໍ່ ບໍ່ໄດ້ງາມປານນັ້ນ ຫຼືທາງ Samsung ບໍ່ເຂົ້າໃຈ ເຖິງຄວາມລຽບງ່າຍເຖິງການອອກແບບຜະລິດຕະພັນແບບ Apple ເລີຍ ແບບນີ້ບໍ່ຮູ້ວ່າຊັມຊຸງຈະດີໃຈຫຼືເສຍໃຈກັບຄຳຕັດສິນ ນີ້ດີ ^^



No comments:

Post a Comment

Lor separat

Sam vocabular

ປະເທດທີ່ກຳລັງເຂົ້າເບິ່ງ

Pages

Blogger templates

free counters

Laos site.

Blog Archive