iPad Mini ອັບເດດຂ່າວໄອທີໄປກັບ vieng-tk.blogspot.com ຂ່າວທີ່ມີການຈັບຕາຈາກຮອບໂລກ ທີ່ນອກເໜືອຈາກ New iPad 3.5ກໍ່ຈະເປັນ iPad Mini ທີ່ມາແຮງໃນຕອນນີ້ເຊິ່ງໄດ້ມີລາຍງານຂ່າວອອກມາວ່າຈະມີການຍ້າຍຖານການຜະ ລິດຈາກ Foxconn มาມາເປັນການຜະລິດທີ່ປະເທດບຼາຊິວ ໂດຍການຜະລິດຊີ້ນສ່ວນຕ່າງໆນັ້ນຈະເລີ່ມການຜະລິດໃນ ເດືອນກັນຍານີ້.
ແຫລ່ງຂ່າວຈາກ Macotakara ຈາກປະເທດຈີນໄດ້ເປີດເຜີຍຂໍ້ມູນກ່ຽວກັບ iPad Mini ທີ່ຄາດວ່າຈະເປັນ Tablet ໂຕໃໝ່ຈາກ Apple ທີ່ຕຽມເຈາະຕະຫຼາດດຽວກັນກັບ Kindle Fire ເຊິ່ງຈະມີການປ່ຽນຖານການຜະລິດຈາກ Foxconn ມາເປັນການຜະລິດຈາກປະເທດບຼາຊິວແທນ ໂດຍຈະເຮັດການເດີນເຄື່ອງການຜະລິດເດືອນກັນຍານີ້ ແລະຈະມີການປະ ກອບໂຕເຄື່ອງຕໍ່ໄປ ເຊິ່ງ iPad Mini ຈະມີໜ້າຈໍຂະໜາດ 7.85 ນິ້ວ ມີຄວາມບາງພຽງແຕ່ 11.43 mm. (ໜາກວ່າ iPod Touch ໜ້ອຍໜຶ່ງ) ແລະສຳລັບ iPad Mini ຈະສາມາດໃຊ້ງານ 3G ໄດ້ອີກດ້ວຍ.
ຂ່າວການເປີດໂຕ iPad Mini ນັ້ນຫຼາຍແຫລ່ງໄດ້ມີການຄາດການວ່າຈະເປີດໂຕໃນຊ່ວງເດືອນຕຸລາ ເຊິ່ງເປັນຊ່ວງດຽວກັບການຄາດການເຖິງ iPhone 5 ທີ່ເຖິງຮອບການເປີດໂຕພໍດີ ຫລືອາດຈະເປີດໂຕພ້ອມກັນກໍ່ເປັນໄດ້ ຫາກມີຂໍ້ມູນເພີ່ມເຕີມແນວໃດເຮົາກໍ່ຈະນຳມາແຈ້ງໂດຍທັນທີ^^
Ref : vieng-tk.blogspot.com
No comments:
Post a Comment