instagram ອັບເດດຂ່າວໄອທີໄປກັບ www.vieng-tk.blogspot.com ຫລັງຈາກໄດ້ຂື້ນເປັນອັນດັບໜື່ງຂອງ Social Picture ທີ່ໂດ່ງດັງໄປທົ່ວໂລກ ຈົນທຸກວັນນີ້ກໍ່ໄດ້ມີ Instaglasses ຫຼື ແວ່ນຕາ instagram ເປັນດີຊາຍຄອນແຊັບທີ່ເຮັດ ໃຫ້ເຮົາຢູ່ໃນໂລກຂອງ instagram ໄດ້ທຸກທີ່ທຸກເວລາ ໃນຊີວິດຈິງ ແຖມຍັງມີລູກຫລີ້ນ ແລະອອບຊັ້ນໃຫ້ເລືອກຫຼີ້ນກັນຕາມ ໃຈ ພ້ອມກັບການຖ່າຍຮູບໄປໃນໂຕອີກດ້ວຍ.
Instaglasses Concept : ແວ່ນຕາ instagram ໄຮເທັກ
Instaglasses ແວ່ນຕານີ້ເປັນໄອເດຍຜົນງານການອອກແບບຂອງ Markus Gerke ເຊິ່ງມັນຍັງເປັນພຽງແຕ່ຄອນເຊັບ ເທົ່ານັ້ນ ( ຍັງບໍ່ມີແຜນຜະລິດອອກມາແທ້ ) ໂດຍໄດ້ອອກແບບການທຳງານຕໍ່ເນື່ອງໄດ້ເຖິງ 7 ຊົ່ວໂມງ ແລະມີຫົວໜ່ວຍ ຄວາມຈຳໃນຕົວ 2 GB ພ້ອມກັບບັນຈຸກ້ອງເພື່ອເຊື່ອມຕໍ່ Sync Computer ໄດ້ອີກດ້ວຍ ໂດຍລູກຫລີ້ນແລະຟິວເຕີ້ຕ່າງໆ ກໍ່ຈະຄືກັບ instagram for android ຫຼື instagram for iOS ເລີຍ ແຕ່ມັນຈະອອກມານຊີວິດຈິງຂອງເຮົາແລະ ຜ່ານສາຍຕາຂອງເຮົາໂດຍກົງ ໄດ້ທຸກທີ່ທຸກເວລາ ແລະຢາກກົດຖ່າຍຮູບຕອນໃດກໍ່ສາມາດກົດໄດ້ຕະຫລອດອີກ (ລັກຖ່າຍເອົາຜູ້ສາວງາມໆ - ຜູ້ບ່າວຫລໍ່ໆໄດ້ຕະຫລອດ ^^..)
No comments:
Post a Comment