
ຫລັງຈາກປ່ອຍຕໍ່ໃຫ້ຄູ່ແຂ່ງ (iOS+Android Tablet) ຊິງສ່ວນແບ່ງການຕະຫຼາດຂອງແທັບເລັດ ໄມໂຄຼຊອປກໍ່ ໄດ້ຖືກເປີດຕົວແທັບເລັດແລ້ວໃນບາງຊື່ “Surface” (ໂດຍກ່ອນໜ້ານີ້ມີການວິເຄາະຈາກສຳນັກຂ່າວຕ່າງປະ ເທດໄປຕ່າງໆນາໆ ວ່າແທັບເລັດຕົວນີ້ວ່າຈະມາຂ້າ iPad) ເຊິງກໍ່ອອກມາທັງສອງລຸ້ນດ້ວຍກັນຄື Surface for Windows RT ແລະ Surface for Windows 8 Pro

ຄວາມແຕກຕ່າງລະຫວ່າງສອງລຸ້ນນີ້ຄື Surface for Windows RT ເປັນລຸ້ນທີ່ໃຊ້ຊີພີຍູແບບ ARM (ຄືໃນເທັບ ແລັດທົ່ວໄປ) ແລະໃຊ້ລະບົບປະຕິບັດການ Windows RT ຫລື Windows 8 ສະເພາະໃນໂໝດ Metro UI ພ້ອມ ກັບຊຸດໂປຮແກຮມ Microsoft Office ສ່ວນໃນ Surface for Windows 8 Pro ເປັນລຸ້ນທີ່ໃຊ້ Windows 8 Pro ຫລື Windows 8 ເວີຊັ້ນທີ່ໃຊ້ໃນເຄື່ອງພີຊີປົກກະຕິ ມີທັງໂໝດ Metro UI ແລະ Desktop ປົກກະຕິ ນອກ ຈາກນີ້ຍັງມີອຸປະກອນເສີມທີ່ຊື່ວ່າ Touch Cover ຫລືຄີບອດທີ່ຢູ່ເທິງຝາປິດຕົວເຄື່ອງອີກດ້ວຍ.
Surface for Windows RT tablet
- ໜ່ວຍປະມວນຜົນ: NVIDIA-made ARM
- ນ້ຳໜັກ: 676 ກຼາມ
- ຄວາມໜາ: 9.3 ມິນລີແມັດ
- ໜ້າຈໍ: 10.6 ນີ້ວ ClearType HD capactive touchapenl
- ແບັດເຕີຣີ: 31.5Wh
- ພອດເຊື່ອມຕໍ່: microSD, USB 2.0, Micro HD Video, 2×2 MIMO antennae
- ລະບົບປະຕິບັດການ: Windows RT + Office Home & Student 2013 RT
- ອຸປະກອນເສີມ: Touch Cover, Type Cover, VaporMg Case & Stand
- ຄວາມຈຸ: 32GB / 64GB
- ວາງຈຳນ່າຍ: ປະມານຊ່ວງເປີດຕົວ Windows 8 ຢ່າງເປັນທາງການ (ທ້າຍປີນີ້)
- ລາຄາ: ຍັງບໍ່ເປີດເຜີຍ
Surface for Windows 8 Pro
- ໜ່ວຍປະມວນຜົນ: Intel Core i5 (Ivy Bridge)
- ນ້ຳໜັກ: 903 ກຼາມ
- ຄວາມໜາ: 13.5 ມິນລີແມັດ
- ໜ້າຈໍ: 10.6-inch ClearType Full HD (1080p) capactive touchapenl
- ແບັດເຕີຣີ: 42Wh
- ພອດເຊື່ອມຕໍ່: microSDXC, USB 3.0, Mini DisplayPort, 2×2 MIMO antennae
- ລະບົບປະຕິບັດການ: Windows 8 Pro
- ອຸປະກອນເສີມ: Touch Cover, Type Cover, VaporMg Case & Stand, Pen with Palm Block
- ຄວາມຈຸ: 64GB / 128GB
- ວາງຈຳນ່າຍ: ສາມເດືອນຫລັງຈາກທີ່ໄດ້ເປີດຕົວ Windows 8
- ລາຄາ: ຍັງບໍ່ເປີດເຜີຍ





ວີດີໂອແນະນຳ
form: Engadget
No comments:
Post a Comment