ເປັນຂ່າວຕໍ່ເນື່ອງທີ່ໄມໂຄຼຊອປໄດ້ປະກາດເປີດຕົວ Windows Phone 8 ຫຼືລະບົບປະຕິບັດການໃນມືຖືເວີຊັ້ນ ຕໍ່ຈາກ Windows Phone 7 ໃນປັດຈຸບັນ (ຄລິກອ່ານຂ່າວນີ້) ເຊິ່ງເຮັດໃຫ້ຜູ້ທີ່ໃຊ້ມືຖືໃນລະບົບ Windows Phone 7 ຢູ່ແລ້ວສົງໃສວ່າມືຖືເຄື່ອງເກົ່າຂອງຕົນເອງຈະໄດ້ອັບເກຼດເປັນ Windows Phone 8 ຫຼືບໍ່ …ແລະຄຳຕອບຈາກໂນເກຍຄື '' ບໍ່ໄດ້ '' ເພາະວ່າໃນ Windows Phone 8 ມີສະເປັກຂັ້ນຕ່ຳທີ່ສູງກວ່າເກົ່າ ແຕ່ຈະໄດ້ຊົດເຊີຍດ້ວຍການອັບເກຼດເປັນ Windows Phone 7.8 ແທນ.
ໂດຍມືຖື Nokia Lumia ທຸກລຸ້ນ (710, 800 ແລະ 900) ຈະໄດ້ຮັບການອັບເກຼດເປັນ Windows Phone 7.8 ທັງໝົດໃນໄວໆນີ້ ເຊິງໃນ Windows Phone 7.8 ຈະມີຟີເຈີ້ໃໝ່ເພີ່ມເຂົ້າມາອີກເລັກໜ້ອຍ ເຊັ່ນ: ການເພີ່ມລູກຫລີ້ນໃຫ້ກັບແອັບຖ່າຍພາບ ແລະມີເກມທີ່ເປັນແບບ exclusive ໃຫ້ຫລີ້ນກ່ອນຄົນອື່ນສອງເດືອນ.
No comments:
Post a Comment