
Android ອັບເດດຄວາມເຄື່ອນໃຫວກັບ vieng-tk.blogspot.com ເປັນຂ່າວທີ່ນ່າສົນໃຈໃນວົງການ Android ທີ່ໄດ້ມີການເປີດຕົວPhablet (ສະມາດໂຟນເຄີ່ງແທັບເລັດ) ນັ້ນຄື Samsung Galaxy Note ແລະໄດ້ຮັບກະແສຕອບຮັບເປັນຢ່າງດີ ແລະມື້ນີ້ໄດ້ມີຂ່າວວ່າຊັມຊຸງຕຽມຈະເປີດຕົວ Samsung Galaxy Note II ລຸ້ນໃໝ່ລ່າສຸດ ຕຽມທ້າແຂ່ງກັບ iPhone 5 ໃນເດືອນຕຸລາພ້ອມກັບ ໜ້າຈໍແບບ Unbreakable Plane ບໍ່ມີວັນແຕກ !!
ເປີດຕົວ Samsung Galaxy Note II ໃນເດືອນຕຸລາ ແຂ່ງ iPhone 5
ແຫລ່ງຂ່າວຈາກ MK Business News ໄດ້ເປີດເຜີຍວ່າ Samsung ຕຽມເປີດຕົວ Phablet ລຸ້ນໃໝ່ລ່າສຸດ Samsung Galaxy Note 2 ຊ່ວງເດືອນຕຸລາ ທີ່ຈະມາພ້ອມກັບໜ້າຈໍ 5.3 นิ้ว ເຖິງຈະເປັນຂະໜາດດຽວກັນກັບລຸ້ນທຳອິດ ແຕ່ໜ້າຈໍຈະມາພ້ອມເທັກໂນໂລຍີ UBP (Unbreakable Plane) ຊະນິດແບບໂຄ້ງງໍ ຮັບກັບແຮງຕົກໄດ້ (ບໍ່ມີວັນແຕກ) ແລະ ຂະໜາດຈະບາງລົງ ມີ Quad-Core ພ້ອມດ້ວຍ Android 5.0 Jelly Bean
No comments:
Post a Comment