12.6.12

ເປີດໂຕ ອັບເດດ iOS 6 ມີຫຍັງແດ່: Facebook, 3D Map ປັບປຸງລະບົບ Phone + ລາຍຊື່ເຄື່ອງທີ່ອັບເດດໄດ້


::News-iT:: iOs 6 

iOS 6
   iOs 6 ອັບເດດທຸກຄວາມເຄື່ອນໃຫວກັບ vieng-Tk.blogspot.com ເປີດໂຕໄປແລ້ວກັບ iOs 6 ພາຍໃນງານ WWDC 2012 ໂດຍ iOs 6 ມີການປັບປຸງຄວາມສາມາດຫລາຍຢ່າງ (ນັບບໍ່ຖ້ວນ) ໂດຍທາງທີມງານໄດ້ລວບລວມຄວາມສາ ມາດທີ່ນ່າສົນໃຈມາໃຫ້ທຸກໆຄົນຮັບຮູ້ນຳກັນ ລວມເຖິ່ງສະແດງຄວາມເສຍໃຈກັບ iPod touch 3 ກັບ iPad 1 ທີ່ບໍ່ສາມາດ ອັບເດດໄດ້. ລົງໄປເບິ່ງຄວາມສາມາດສຸດລ້ຳສະໄໝຂອງ iOs 6 ກັນ. 


 iOS 6 ມີຫຍັງແດ່ / ເຮັດຫຍັງໄດ້ + ອັບເດດ iOS 6 


 SIRI ເພີ່ມຄວາມສາມາດ
   ມີການເພີ່ມຄວາມສາມາດຂອງ Siri ຫລາຍໆແບບ ບໍ່ວ່າຈະເປັນການສັ່ງປິດແອັບພລິກເຄຼຊັ້ນ ຫລືເລື່ອງທີ່ທາງ Siri ໄດ້ຮຽນຮູ້ເລື່ອງກິລາ ແລະໜັງຕ່າງໆ ຈາກຜູ້ໃຊ້  ແລະຍັງມີການເຊື່ອມຕໍ່ Siri ເຂົ້າກັບລົດລຸ້ນຕ່າງໆອີກດ້ວຍ (ລາຍລະອຽດຍັງບໍ່ໄດ້ ເຜີຍແພ່ເຖິງການໃຊ້ງານ)

 Facebook in iOs 6
   ມີການບັນຈຸ Facebook ເຂົ້າໄປໃນ iOs 6 (ແບບດຽວກັບ Twitter) ໂດຍເປັນການເຊື່ອມຕໍ່ກັນແບບ 100% ບໍ່ວ່າຈະເປັນການໂພດຂໍ້ຄວາມຈາກ itunes, App store ຫລື Game Center ທັງຍັງສາມາດກົດ Like App ໄດ້ອີກ. 

  Phone ລະບົບໂທລະສັບ
ໄດ້ມີການປັບປຸງລະບົບໂທລະສັບ ອຳນວຍຄວາມສະດວກໃຫ້ກັບຜູ້ໃຊ້ ເລີ່ມດ້ວຍລະບົບຮັບສາຍ ຫາກສາຍບໍ່ຫວ່າງ ຫລື ບໍ່ສະ ດວກສາມາດຕັດສາຍ ຫລື Reply with message ໄດ້ໂດຍມີຂໍ້ຄວາມສົ່ງໄປທີ່ເບີປາຍທາງ ທັງຍັງສາມາດເລືອກຕັ້ງຂໍ້ຄວາມເອງ ໄດ້ ແລະ ສາມາດຕັ້ງເຕືອນຂໍ້ຄວາມໄດ້ອີກດ້ວຍ. 

 Facetime ໃນເຄືອຂ່າຍໂທລະສັບ
   Apple ຕັດສິນໃນໃຫ້ Facetime ສາມາດໃຊ້ງານໃນລະບົບເຄືອຂ່າຍໂທລະສັບໄດ້ແລ້ວ ໂດຍບໍ່ມີການຈຳກັດ Wifi ຄື iOs ກ່ອນໜ້ານີ້. ອີກຕໍ່ໄປ Facetime over Cellular

 Safari iOS 6
  ສຳລັບ Browser iOs ນັ້ນ Safari ໄດ້ປັບປຸງໃຫ້ມີການເຊື່ອມຕໍ່ກັບ iClous Tabs ທັງຍັງສາມາດເອົາໄຟລ໌ຮູບພາບ ຫລື upload ໄຟລ໌ຜ່ານ Safari ໄດ້ນຳອີກ.

 Mail VIP
  Mail VIP ມີການເພີ່ມຟີເຈີ້ Mail VIP (ຕິດດາວ) ເຂົ້າມາສຳລັບຕັ້ງຄ່າ email ທີ່ສຳຄັນທີ່ສຸດ. ແລະຍັງມີການ ເອົາໄຟລ໌ສົ່ງໄປພ້ອມກັບຂໍ້ຄວາມໄດ້ແລ້ວ. 

 PassBook
   ເປັນການເຂົ້າລະຫັດຂໍ້ມູນ ເກັບຮັກສາຂໍ້ມູນເພື່ອຄວາມປອດໄຟຫລາຍຂື້ນ ເຊັ່ນ:ບັດເຄຣດິດ ຫລືໄຟລ໌ເອກະສານຕ່າງໆ ໃນ iOS 6 ໂດຍທາງ Apple ເນັ້ນການໃຊ້ງານໄປໃນເລື່ອງຄວາມປອດໄຟຂອງບັດເຄຣດິດເປັນຫລັກ.


Apple MAP 3D iOS 6
   ແຜນທີ່ໃໝ່ໃນ ໄອໂອເອັສ 6 ໄດ້ຖືກບັນຈຸເຂົ້າມາແລະໄດ້ເອົາ  Google Map  ອອກໄປຈາກ iOs ໂດຍແຜນທີ່ໂຕໃໝ່ນີ້ສາ ມາດສະແດງ Traffic View ແລະເປັນ 3D ເຕັມຮູບແບບ ບັນຈຸລະບົບນຳທາງສົມບູນ (gps navigator) ສາມາດເລືອກ ເສັ້ນທາງໄດ້ດ້ວຍໂຕເອງ ແລະເຊື່ອມຕໍ່ເຂົ້າກັບ Siri ໃຫ້ຊ່ວຍຫາເສັ້ນທາງໃຫ້ກັບຜູ້ໃຊ້ໄດ້.

 ເຄື່ອງທີ່ສາມາດອັບເກຣດ iOS 6 ໄດ້ມີດັ່ງນີ້
ເຄື່ອງທີ່ຮອງຮັບ iOS 6 : iPhone 3GS, iPhone 4, iPhone 4s, iPad 2, New iPad 3, iPod touch 4
ເຄື່ອງທີ່ iOS 6 ບໍ່ຮອງຮັບ : iPhone, iPhone 3, iPad 1, iPod touch 3


ອັບເດດ::ຂ່າວໄອທີ::

No comments:

Post a Comment

Lor separat

Sam vocabular

ປະເທດທີ່ກຳລັງເຂົ້າເບິ່ງ

Pages

Blogger templates

free counters

Laos site.

Blog Archive