Social Network ອັບເດດຂ່າວຮອບໂລກກັບ vieng-tk.blogspot.com ,ມາເຕືອນທຸກໆທ່ານທີ່ ມີການ ໂພດ ຂໍ້ມູນສ່ວນຕົວ ບໍ່ວ່າຈະເປັນທີ່ຢູ່ ເບີໂທລະສັບ Check-in ລະຫັດບັດ ATM ໃນ Social network ຮູ້ຫຼືບໍ່ວ່າຂໍ້ມູນທີ່ໂພດລົງໄປນັ້ນບໍ່ໄດ້ເສຍໄປໃສ ລ່າສຸດໄດ້ມີການດຶງຂໍ້ມູນເລົ່ານີ້ຂື້ນສະແດງໃນ ເວັບໄຊລ໌ ແຫ່ງໜຶ່ງພ້ອມສະແດງສະຖານະ ພິກັດທີ່ຢູ່ ຮູ້ກັນເຖິງໜ້າບ້ານ ພ້ອມກັບເບີໂທລະສັບອີກດ້ວຍ. ມີຕົວຢ່າງ
Facebook Twitter Check-in ເຮັດຫຍັງຮູ້ໝົດ ເກັບຂໍ້ມູນທຸກຢ່າງ ?
ເປັນເລື່ອງທຳມະດາ (ໄປແລ້ວ) ສຳລັບການໂພດຂໍ້ຄວາມຫຼຶບັນລະຍາຍຄວາມໃນໃຈໃນ Social network ເຊັ່ນ Facebook, Twitter, Foursquare Check-in, Facebook friend checkins ແຕ່ມັນເປັນເລື່ອງທຳມະດາບ່ອນທີ່ website : We know what your're doing ໄດ້ນຳຂໍ້ມູນ status ລວມເຖິງການ check-in ທີ່ມີການເປີດ Public ມາສະແດງຜົນຕາມໝວດ ໝູ່ບໍ່ວ່າຈະເປັນໃຜ ທີ່ເຮັດຫຍັງຢູ່ ໃຜປ່ຽນເບີໂທລະສັບໃໝ່ ໃຜເວົ້າເຖິງເລື່ອງຢາ ແລະທີ່ສຳຄັນ ໃຜ Check-in ຢູ່ໃສພ້ອມກັບ ຫາພິກັດໃນ Street View for Google Maps ມາສະແດງເຖິງໜ້າບ້ານກັນເລີຍ.
Who wants to get fired ? > ໃຜຕ້ອງການເປັນໝູ່ກັບໃຜ ຮູ້ໝົດ
Who's hungover ? > ໃຜທີ່ເມົາຄ້າງ
Who's taking drugs ? > ໃຜເວົ້າເຖິງເລື່ອງຢາ
Who's got a new phone number ? > ໃຜເວົ້າເຖິງເບີໂທລະສັບໃໝ່
Foursquare location finder ? > ຄົ້ນຫາສະຖານທີ່ພ້ອມກັບໄຟລ໌ຮູບພາບ Street View
Callum Haywood ຜູ້ພັດທະນາ website : We know what your're doing ໄດ້ເວົ້າເຖິງຈຸດປະສົງການສ້າງເວັບ ໄຊລ໌ນີ້ຂື້ນມາວ່າ ນີ້ເປັນການທົດລອງ ເຊິງເຮັດໃຫ້ຮູ້ເຖິງສະຖານະທີ່ຫຼາຍໆຢ່າງທີ່ເປັນ ຂໍ້ມູນສ່ວນຕົວຂອງຫຼາຍໆຄົນ ເຊິ່ງຜູ້ໃຊ້ຈະຕ້ອງຄຳນຶງເຖິງການປ້ອງກັນຂໍ້ມູນຂອງຕົນເອງໃນ Social Network ການປ້ອງກັນເບື້ອງຕົ້ນຕ້ອງຈະ ເປັນການຕັ້ງຄ່າ Privacy Setting ໃນ Facebook ລວໄປເຖິງການຄວບຄຸມຂໍ້ມູນຂອງຕົນເອງຢ່າໃຫ້ໄປສະແດງໃນ Social network ຫຼາຍຈົນເກີນໄປ.
No comments:
Post a Comment