ຂັ້ນຕອນໃນການປະຫຍັດແບັດເຕີລີ້ iPhone 4s
11 ຂັ້ນຕອນໃນການປະຫຍັດແບັດເຕີລີ້ iPhone 4s, iPhone, iPad
11 ຂັ້ນຕອນໃນການປະຫຍັດແບັດເຕີລີ້ iPhone 4s
ຂັ້ນຕອນໃນການປະຫຍັດແບັດເຕີລີ້ iPhone, iPad : By vieng-NewsiT
STEP 1: Trurn Off Vibrate : ໃຫ້ປິດ Sound Vibrate ຫາກບໍ່ມີການໃຊ້ງານ
: : Setting > Sounds > Vibrate ເລືອກເປັນ Off
STEP 2: Disable Location Services : ຫາກແອັບພຣິກເຄຼຊັ້ນໃດບໍ່ມີການໃຊ້ໃນເລື່ອງຂອງການລະບຸຕຳແໜ່ງເຮົາກໍ່ ບໍ່ຈຳເປັນທີ່ຈະຕ້ອງເປີດມັນໄວ້ ຫລື ເວລາເຮົາບໍ່ໃຊ້ກໍ່ໃຫ້ປິດມັນໄວ້ Location Services ໄປກ່ອນຖ້າຫາກຈະໃຊ້ງານເຮົາກໍ່ເປີດທີ ຫລັງ ຫລືຖ້າຕ້ອງການທີ່ຈະປິດທັງໝົດເລີຍກໍ່ຈະເປັນການດີແລະປະຫຍັດແບັດເຕີລີ້ໄປໄດ້ຫລາຍເລີຍ
: : Setting > Location Services ເລືອກເປັນ Off
STEP 3: Fully Charge Cycle : ການສາກແບັດເຕີລີ້ໃຫ້ເຕັມ Cycle ຫລືເຕັມປະສິດທິພາບ ນັ້ນເຮົາສາມາດໃຊ້ໂປຣ ແກຣມ Battery Manager Pro ໃນການຊ່ວຍຈັບເວລາການສາກແບບ Full Cycle ເພາະຈະເຮັດໃຫ້ການໃຊ້ງານແບັດເຕີລີ້ iPhone 4s, iPad, iPhone ຂອງເຮົາບໍ່ໝົດກ່ອນເວລາອັນຄວນຫລືໃນເວລາທີຕ້ອງການຈະໃຊ້. ເນື່ອງຈາກທາງ Apple ຕັ້ງເປັນຄ່າມາດຕະຖານອອກມາຈາກໂຮງງານເອົາໄວ້ວ່າເມື່ອແບັດເຕີລີ້ສາກໄຟໄດ້ເຕັມທີ່ ທີ່ 80% ຈະໃຫ້ແຈ້ງເຕືອນຜູ້ໃຊ້ວ່າ ແບັດເຕີລີ້ເຕັມແລ້ວນັ້ນເອງ ດ້ອຍເຫດນີ້ເຮົາຈື່ງຕ້ອງໃຊ້ Battery Manager Pro ເພື່ອຊ່ວຍໃນການສາກແບັດ ເຕີລີ້ໃຫ້ໄດ້ເຕັມ Full Cycle.
STEP 4: Dim The Screen : ປັບໄຟໜ້າຈໍບໍ່ໃຫ້ແຈ້ງຈົນເກີນໄປ ຕ້ອງປັບໃຫ້ພໍເໝາະກັບສາຍຕາຢ່າໃຫ້ແຈ້ງຈົນ ເກີນໄປ ແລະ ຈະສົ່ງຜົນດີຕໍ່ສາຍຕາອີກດ້ວຍ. ໃນການ ປິດ Auto-Brightness ກໍ່ຈະຊ່ວຍໃຫ້ປະຫຍັດແບັດເຕີລີ້ຂອງເຮົາໄດ້ ຫລາຍເພາະຈະເຮັດໃຫ້ iPhone 4s, iPad, iPhone ນັ້ນບໍ່ຕ້ອງກວດເບິ່ງຄ່າຄວາມສະຫວ່າງຢູ່ຕະຫລອດເວລາ.
: : Setting > Brightness > Auto-Brightness ເລືອກເປັນ Off ແລະ ປັບຄວາມສະຫວ່າງຂອງໜ້າຈໍໃຫ້ເໝາະສົມ.
STEP 5: Trun Off 3G : ລະບົບ 3G ຖືວ່າເປັນຝັງຊັ້ນທີ່ສີ້ນເປືອງພະລັງງານຫລາຍອີກຝັງຊັ້ນໜື່ງ. ເຖີ່ງແມ່ນວ່າ iPhone 4S ໃນ Firmware 5.0 ຈະບໍ່ມີປຸ່ມ 3G ໃຫ້.ແຕ່ໃນ Firmware 5.0.1 ທີ່ທາງ Apple ປ່ອຍອອກມາລ່າສຸດເຮັດໃຫ້ iPhone 4s ມີປຸ່ມ 3G ເພື່ອປະຫຍັດພະລັງງານໃຫ້ກັບເຮົາໄດ້ແລ້ວ (ໃນຈຸດທີ່ບໍ່ມີ 3G ).
: : Setting > General > Network > 3G ເລືອກເປັນ Off
STEP 6: Trun Off Wi-Fi : ແລະນີ້ກໍ່ເປັນອີກໜື່ງຝັງຊັ້ນທີ່ສຳຄັນຫລາຍ ແລະ ກໍ່ກິນພະລັງງານຫລາຍຄືກັນກັບ 3G ເພາະ Wi-Fi ຕ້ອງໄດ້ສະແກນຫາສັນຍານຕະຫລອດ ແລະຖ້າເຮົາຢູ່ໃນຈຸດທີ່ມີສັນຍານ Wi-Fi ຕ່ຳກໍ່ຈະເຮັດໃຫ້ສີ້ນເປືອງພະລັງ ງານແບັດເຕີລີ້ຫລາຍຂື້ນອີກ ສະນັ້ນເວລາທີ່ເຮົາບໍ່ໃຊ້ Wi-Fi ເຮົາຄວນປິດໄວ້ຈະດີກວ່າ. ແລະຈະຊ່ວຍໃຫ້ເຮົາປະຫຍັດພະລັງງານ ໄດ້ຫລາຍ.
: : Setting > Wi-Fi > Network ເລືອກເປັນ Off
STEP 7: Trun Off Bluetooth : ການເຊື່ອມຕໍ່ Bluetooth ບາງທ່ານທີ່ບໍ່ໄດ້ໃຊ້ຫູຝັງ ຫລື ສາຍສະໂມທ໊ອບ ບລູທູດ ກໍ່ບໍ່ມີເຫດຜົນຫຍັງທີ່ຈະຕ້ອງເປີດໄວ້ ຫລືເປີດໄວ້ສະເພາະການໃຊ້ງານກໍ່ພໍ.
: : Setting > General > Bluetooth ເລືອກເປັນ Off
STEP 8: Trun Off EQ : ຝັງຊັ້ນລູກຫລີ້ນໃນການໃຊ້ງານ Music Playing ທີ່ສີ້ນເປືອງພະລັງງານແບັດເຕີລີ້ຂອງ iPhone 4s, iPad, iPhone ອີກຢ່າງໜື່ງກໍ່ຄື EQ ໃຫ້ເຮົາປິດການໃຊ້ງານໄປເລີຍ.
: : Setting > Music > EQ ເລືອກເປັນ Off
STEP 9: Trun Off Notifications : ລະບົບແຈ້ງເຕືອນຕ່າງໆ ໃນ iDevices iPad, iPhone ກໍ່ເປັນອີກສ່ວນໜື່ງທີ່ເຮັດໃຫ້ ສີ້ນເປືອງແບັດ (ເຖີ່ງວ່າບໍ່ຫລາຍແຕ່ກະເປືອງ) ຖ້າເຮົາເປີດຫລາຍ Notification ກໍ່ແຮງເປືອງເທົ່ານັ້ນ ສະນັ້ນແອັບພລິກເຄຼຊັ້ນ ໃດທີ່ບໍ່ຈຳເປັນກໍ່ບໍ່ຕ້ອງເປີດໃຫ້ແຈ້ງເຕືອນ ຫລືທ່ານໃດທີ່ຕ້ອງການປິດໝົດເລີຍກໍ່ບໍ່ເປັນຫຍັງ.
: : Setting > Notifications > ເລືອກເປັນ Off
STEP 10: Trun Off Push Mail : ການຕັ້ງຄ່າໃຫ້ iPhone 4s, iPad, iPhone ເຮັດ Push ຫລືກວດເບິ່ງ Mail ຢູ່ຕະຫລອດ ມັນກໍ່ຄືກັບການໃຊ້ງານແບັດຢູ່ຕະຫລອດນັ້ນເອງ ສະນັ້ນຫາກໃຜທີ່ບໍ່ມີຄວາມຈຳເປັນ ຫລື ທຸລະກິດ ກໍ່ໃຫ້ປັບ Push Mail ເປັນ Manually ຫລືຈະປັບເວລາໃນການ Push Mail ໃຫ້ຫ່າງໆ ຄື ຈາກທຸກໆ 15 ນາທີມາເປັນ ທຸກໆ 1 ຊົ່ວໂມງ.
: : Setting > Mail > Fetch New Data > Fush > ເລືອກເປັນ Off
: : Setting > Mail > Fetch New Data > Fush > ໃຫ້ເລືອກຄວາມຖີ່ໃນການຮັບ Mail ມີໃຫ້ເລືອກ 15 ນາທີ / 30 ນາທີ / 1 ຊົ່ວໂມງ.
STEP 11: iDeal Temperature : ເລື່ອງອຸຫະພູມ ຕາມຫລັກການມາດຕະຖານແລ້ວ iPhone 4s, iPad, iPhone ໃນສ່ວນຂອງແບັດເຕີລີ້ຄວນຈະຢູ່ໃນຊ່ວງອຸຫະພູມ 32F – 92F ຫລື 0C – 35C ຫາກສູງ ຫລື ຕ່ຳກວ່ານີ້ຈະເຮັດໃຫ້ແບັດເຊື່ອມ ໄວ ຫລື ໝົດໄວກວ່າປົກກະຕິນັ້ນເອງ.
ອ່ານແລ້ວກົດ Like ເພື່ອອັບເດດຂ່າວໃໝ່ໆໄປນຳກັນອີກ
No comments:
Post a Comment