30.6.12

Facebook ຮູ້ຂໍ້ມູນທຸກຢ່າງ: ເບີໂທລະສັບພ້ອມທີ່ຢູ່, ໃຜທີ່ມັກ Check-in ຜ່ານບັດ, ໂພດເບີໂທ, ຂໍ້ມູນສ່ວນຕົວ ລະວັງໂຕໄວ້






Social Network ອັບເດດຂ່າວຮອບໂລກກັບ vieng-tk.blogspot.com ,ມາເຕືອນທຸກໆທ່ານທີ່ ມີການ ໂພດ ຂໍ້ມູນສ່ວນຕົວ ບໍ່ວ່າຈະເປັນທີ່ຢູ່ ເບີໂທລະສັບ Check-in  ລະຫັດບັດ ATM ໃນ Social network ຮູ້ຫຼືບໍ່ວ່າຂໍ້ມູນທີ່ໂພດລົງໄປນັ້ນບໍ່ໄດ້ເສຍໄປໃສ ລ່າສຸດໄດ້ມີການດຶງຂໍ້ມູນເລົ່ານີ້ຂື້ນສະແດງໃນ ເວັບໄຊລ໌ ແຫ່ງໜຶ່ງພ້ອມສະແດງສະຖານະ ພິກັດທີ່ຢູ່ ຮູ້ກັນເຖິງໜ້າບ້ານ ພ້ອມກັບເບີໂທລະສັບອີກດ້ວຍ. ມີຕົວຢ່າງ 

25.6.12

Instaglasses : ແວ່ນຕາ instagram ຄອນເຊັບ ທີ່ເຈັງທີ່ສຸດຂອງຄົນຮັກ ອິນສະຕຣາແກຣມ Concept Glasses

vieng-tk.blogspot.com



 instagram ອັບເດດຂ່າວໄອທີໄປກັບ www.vieng-tk.blogspot.com ຫລັງຈາກໄດ້ຂື້ນເປັນອັນດັບໜື່ງຂອງ Social Picture ທີ່ໂດ່ງດັງໄປທົ່ວໂລກ ຈົນທຸກວັນນີ້ກໍ່ໄດ້ມີ Instaglasses ຫຼື ແວ່ນຕາ instagram ເປັນດີຊາຍຄອນແຊັບທີ່ເຮັດ ໃຫ້ເຮົາຢູ່ໃນໂລກຂອງ instagram ໄດ້ທຸກທີ່ທຸກເວລາ ໃນຊີວິດຈິງ ແຖມຍັງມີລູກຫລີ້ນ ແລະອອບຊັ້ນໃຫ້ເລືອກຫຼີ້ນກັນຕາມ ໃຈ ພ້ອມກັບການຖ່າຍຮູບໄປໃນໂຕອີກດ້ວຍ.

Instaglasses Concept : ແວ່ນຕາ instagram ໄຮເທັກ


22.6.12

Surface ແທ໊ບເລັດ Windows 8 ຢ່າງເປັນທາງການ Microsoft






surface

ຫລັງຈາກປ່ອຍຕໍ່ໃຫ້ຄູ່ແຂ່ງ (iOS+Android Tablet) ຊິງສ່ວນແບ່ງການຕະຫຼາດຂອງແທັບເລັດ ໄມໂຄຼຊອປກໍ່ ໄດ້ຖືກເປີດຕົວແທັບເລັດແລ້ວໃນບາງຊື່ “Surface” (ໂດຍກ່ອນໜ້ານີ້ມີການວິເຄາະຈາກສຳນັກຂ່າວຕ່າງປະ ເທດໄປຕ່າງໆນາໆ ວ່າແທັບເລັດຕົວນີ້ວ່າຈະມາຂ້າ iPad) ເຊິງກໍ່ອອກມາທັງສອງລຸ້ນດ້ວຍກັນຄື Surface for Windows RT ແລະ Surface for Windows 8 Pro

ເປີດຕົວ Windows Phone 8, ລະບົບປະຕິບັດການສະມາດໂຟນຈາກຄ່າຍ Microsoft


ໄມໂຄຼຊອປຈັດງານເປີດຕົວ Windows Phone 8 ລະບົບປະຕິບັດການສຳລັບສະມາດໂຟນ ເວີຊັ້ນໃໝ່ລ່າສຸດ (ຕໍ່ຈາກ Windows Phone 7) ເຊິງໃນ WP 8 ນີ້ໄດ້ເພີ່ມຟີເຈີ້ຕ່າງໆ ເຂົ້າມາຢ່າງຫລວງຫຼາຍ ແຕ່ກໍ່ບໍ່ຄ່ອຍຈະມີ ຫຍັງທີ່ນິຍົມເພາະສ່ວນໃຫຍ່ກໍ່ເປັນຟີເຈີ້ທີ່ມີໃນຄູ່ແຂ່ງແບບ Android ແລະ iOS ຢູ່ກ່ອນແລ້ວ.
ຍົກຕົວຢ່າງຟີເຈີ້ໃໝ່ທີ່ເພີ່ມເຂົ້າມາໃນ WP8 ເຊັ່ນ ການຮັບຮອງຊີພີຢູມັດ໌ຕິຄຼໍ , ຮັບຮອງໜ້າຈໍຄວາມລະອຽດ ລະດັບ 720p, Internet Explorer 10, Nokia Map, ຮອງຮັບຊິປ NFC ແລະຟີເຈີ້ທີ່ເປັນຈຸດເດັ່ນ/ຈຸດຂາຍສຳລັບ Windows Phone ຄືການປັບປຸງໜ້າ Start Screen ແບບໃໝ່ ໃຫ້ສາມາດປັບແຕ່ງໄດ້ຍຶດກວ່າເກົ່າ ທີ່ສຳຄັນຄືໃນ WP8 ນີ້ຈະຮັບຮອງພາສາໃໝ່ໆ ອີກຫຼາຍກວ່າ 40 ພາສາ.






ຜູ້ໃຊ້ Windows Phone 7 ຢູ່ແລ້ວ ອົດອັບເກຼດເປັນ Windows Phone 8


ເປັນຂ່າວຕໍ່ເນື່ອງທີ່ໄມໂຄຼຊອປໄດ້ປະກາດເປີດຕົວ Windows Phone 8 ຫຼືລະບົບປະຕິບັດການໃນມືຖືເວີຊັ້ນ ຕໍ່ຈາກ Windows Phone 7 ໃນປັດຈຸບັນ (ຄລິກອ່ານຂ່າວນີ້) ເຊິ່ງເຮັດໃຫ້ຜູ້ທີ່ໃຊ້ມືຖືໃນລະບົບ Windows Phone 7 ຢູ່ແລ້ວສົງໃສວ່າມືຖືເຄື່ອງເກົ່າຂອງຕົນເອງຈະໄດ້ອັບເກຼດເປັນ Windows Phone 8 ຫຼືບໍ່ …ແລະຄຳຕອບຈາກໂນເກຍຄື '' ບໍ່ໄດ້ '' ເພາະວ່າໃນ Windows Phone 8 ມີສະເປັກຂັ້ນຕ່ຳທີ່ສູງກວ່າເກົ່າ ແຕ່ຈະໄດ້ຊົດເຊີຍດ້ວຍການອັບເກຼດເປັນ Windows Phone 7.8 ແທນ.

Lor separat

Sam vocabular

ປະເທດທີ່ກຳລັງເຂົ້າເບິ່ງ

Pages

Blogger templates

free counters

Laos site.