iPhone 5 ຫລຸດສິ້ນສ່ວນນ່າສົນໃຈກັບ vieng-tk.blogspot.com ມາກັນອີກແລ້ວກັບ New iPhone 5 ຂ່າວໃໝ່ ບໍ່ເວັ້ນແຕ່ລະນາທີເທື່ອນີ້ຂ່າວເຜີຍສິ້ນສ່ວນຖາດຊິມຂອງ The New iPhone 5 ທີ່ເບິ່ງແລ້ວບໍ່ນ່າຈະເປັນ micro SIM ແບບເກົ່າອີກຕໍ່ໄປ ເຊິ່ງຊິ້ນສ່ວນນີ້ຄື Nano-SIM (ນາໂນຊິມ) ທີ່ທາງ Apple ຕຽມບັນຈຸລົງໃນ iPhone 5
ຖະແຫຼງຂ່າວຈາກ Nowhereelse.fr ໄດ້ອ້າງເຖິງຊິ້ນສ່ວນທີ່ໄດ້ຮັບມານັ້ນເປັນ ຖາດຊິມທີ່ຈະຖືກຕິດຕັ້ງໃນ iPhone 5 ເຊິ່ງເບິ່ງແລ້ວມັນນ້ອຍກວ່າຖາດຊິມຂອງ iPhone 4S ຫຼືກວ່າ 40% ເລີຍ ແລະແນ່ນອນບໍ່ນ່າຈະເປັນຢ່າງອື່ນນອກຈາກ Nano-SIM ນາໂນຊິມທີ່ທາງແອບເບປີ້ນຊຸ່ມຜະລິດ ແລະ ຕຽມປະຕິວັດການຊິມອີກນັ້ນເອງ
- ທຽບຂະໜາດ ຖາດຊິມ iPhone 4s , iPhone 5 -
- ເບິ່ງຈາກດ້ານເທິງ ຖາດຊິມ iPhone 4s , iPhone 5 -
ປຸ່ມ Home ໃນ iPhone 5 ນັ້ນມີລັກສະນະທີ່ແຕກຕ່າງກັບ iPhone 4S ເລັກໜ້ອຍເຊິ່ງປ່ຽນຈາກລັກສະນະວົງມົນ ມາເປັນສີ່ຫຼ່ຽມໃນສ່ວນຖານ ແລະທັງໝົດນີ້ຄາດວ່າເຮົາຈະໄດ້ເຫັນກັນແບບໂຕເປັນໆ ໃນວັນທີ່ 21 ກັນຍາທີ່ຈະຮອດ
ນີ້ນັ້ນເອງ
Ref : Nowhereelse.fr