22.6.12

Surface ແທ໊ບເລັດ Windows 8 ຢ່າງເປັນທາງການ Microsoft






surface

ຫລັງຈາກປ່ອຍຕໍ່ໃຫ້ຄູ່ແຂ່ງ (iOS+Android Tablet) ຊິງສ່ວນແບ່ງການຕະຫຼາດຂອງແທັບເລັດ ໄມໂຄຼຊອປກໍ່ ໄດ້ຖືກເປີດຕົວແທັບເລັດແລ້ວໃນບາງຊື່ “Surface” (ໂດຍກ່ອນໜ້ານີ້ມີການວິເຄາະຈາກສຳນັກຂ່າວຕ່າງປະ ເທດໄປຕ່າງໆນາໆ ວ່າແທັບເລັດຕົວນີ້ວ່າຈະມາຂ້າ iPad) ເຊິງກໍ່ອອກມາທັງສອງລຸ້ນດ້ວຍກັນຄື Surface for Windows RT ແລະ Surface for Windows 8 Pro

ເປີດຕົວ Windows Phone 8, ລະບົບປະຕິບັດການສະມາດໂຟນຈາກຄ່າຍ Microsoft


ໄມໂຄຼຊອປຈັດງານເປີດຕົວ Windows Phone 8 ລະບົບປະຕິບັດການສຳລັບສະມາດໂຟນ ເວີຊັ້ນໃໝ່ລ່າສຸດ (ຕໍ່ຈາກ Windows Phone 7) ເຊິງໃນ WP 8 ນີ້ໄດ້ເພີ່ມຟີເຈີ້ຕ່າງໆ ເຂົ້າມາຢ່າງຫລວງຫຼາຍ ແຕ່ກໍ່ບໍ່ຄ່ອຍຈະມີ ຫຍັງທີ່ນິຍົມເພາະສ່ວນໃຫຍ່ກໍ່ເປັນຟີເຈີ້ທີ່ມີໃນຄູ່ແຂ່ງແບບ Android ແລະ iOS ຢູ່ກ່ອນແລ້ວ.
ຍົກຕົວຢ່າງຟີເຈີ້ໃໝ່ທີ່ເພີ່ມເຂົ້າມາໃນ WP8 ເຊັ່ນ ການຮັບຮອງຊີພີຢູມັດ໌ຕິຄຼໍ , ຮັບຮອງໜ້າຈໍຄວາມລະອຽດ ລະດັບ 720p, Internet Explorer 10, Nokia Map, ຮອງຮັບຊິປ NFC ແລະຟີເຈີ້ທີ່ເປັນຈຸດເດັ່ນ/ຈຸດຂາຍສຳລັບ Windows Phone ຄືການປັບປຸງໜ້າ Start Screen ແບບໃໝ່ ໃຫ້ສາມາດປັບແຕ່ງໄດ້ຍຶດກວ່າເກົ່າ ທີ່ສຳຄັນຄືໃນ WP8 ນີ້ຈະຮັບຮອງພາສາໃໝ່ໆ ອີກຫຼາຍກວ່າ 40 ພາສາ.






ຜູ້ໃຊ້ Windows Phone 7 ຢູ່ແລ້ວ ອົດອັບເກຼດເປັນ Windows Phone 8


ເປັນຂ່າວຕໍ່ເນື່ອງທີ່ໄມໂຄຼຊອປໄດ້ປະກາດເປີດຕົວ Windows Phone 8 ຫຼືລະບົບປະຕິບັດການໃນມືຖືເວີຊັ້ນ ຕໍ່ຈາກ Windows Phone 7 ໃນປັດຈຸບັນ (ຄລິກອ່ານຂ່າວນີ້) ເຊິ່ງເຮັດໃຫ້ຜູ້ທີ່ໃຊ້ມືຖືໃນລະບົບ Windows Phone 7 ຢູ່ແລ້ວສົງໃສວ່າມືຖືເຄື່ອງເກົ່າຂອງຕົນເອງຈະໄດ້ອັບເກຼດເປັນ Windows Phone 8 ຫຼືບໍ່ …ແລະຄຳຕອບຈາກໂນເກຍຄື '' ບໍ່ໄດ້ '' ເພາະວ່າໃນ Windows Phone 8 ມີສະເປັກຂັ້ນຕ່ຳທີ່ສູງກວ່າເກົ່າ ແຕ່ຈະໄດ້ຊົດເຊີຍດ້ວຍການອັບເກຼດເປັນ Windows Phone 7.8 ແທນ.

ສາຍສາກມືຖື/ອຸປະກອນພົກພາສຸດເທ້ …ມີໄຟແລ່ນໃນສາຍເພື່ອບອກສະຖານະ


ມີຂອງຫລີ້ນເທ້ໆ ມາໃຫ້ເບິ່ງ ເປັນສາຍສາກມືຖືແບບ USB ທີ່ມີລູກຫລີ້ນແປກໆ ຄືຈະມີໄຟແລ່ນຢູ່ໃນສາຍ ຂະນະທີ່ກຳລັງສາກ ເຮົາຈະເຫັນກະແສໄຟຟ້າແລ່ນໃນສາຍ (ເບິ່ງວີດີໂອທາງລຸ່ມ) ແລະເມື່ອມີການສາກ ໄຟເຕັມແລ້ວ ກະແສໄຟທີ່ແລ່ນຢູ່ກໍ່ຈະຫາຍໄປ ເຮັດໃຫ້ເຈົ້າຂອງຮູ້ທັນທີ່ວ່າສາກເຕັມແລ້ວ.

21.6.12

Photo Transfer App ສົ່ງໄຟລ໌ ຮູບພາບ&ວີດີໂອ ຈາກ iPad, iPhone ໄປ PC Windows ແລະ MAC (Bluetooth,Wi-Fi)




  Photo Transfer App

  Price: Free
  Category:  Photo & Video
  Updated: May 02, 2012
  Version: 3.3
  Size: 10.7 MB
  Language: English





 ຄວາມສາມາດຂອງ Photo Transfer App
ລີວິວ Photo Transfer App ສົ່ງໄຟລ໌ໄປມາ iPad, iPhone, Windows, Mac


Lor separat

Sam vocabular

ປະເທດທີ່ກຳລັງເຂົ້າເບິ່ງ

Pages

Blogger templates

free counters

Laos site.