30.5.12

:: Instagram :: ກາຍເປັນກ້ອງຖ່າຍຮູບແທ້ແລ້ວ


Instagram ກຳລັງມາແຮງສຸດໆສຳລັບໂປຣແກຣມຖ່າຍຮູບທີ່ເປັນ Social Network ຊື່ດັງແບບ Instagram ທີ່ຫລັງຈາກອອກເວີຊັນລະບົບ Android ກໍ່ຍິ່ງເຮັດໃຫ້ທ່ານຜູ້ໃຊ້
ເພີ່ມຂື້ນຫລາຍລ້ານຄົນຢ່າງໄວວາຈົນທາງ Facebook ຢູ່ລ້າບໍ່ໄດ້ຈົນຕ້ອງໄດ້ຊື້ກິດຈະ
ການທັນທີ່ ຈາກກຸ່ມພັດທະນາໂປຣແກຣມມືຖືນ້ອຍໆ ກາຍເປັນກຸ່ມບໍລິສັດມູນຄ່າ
ຫລາຍຮ້ອຍລ້ານທັນທີ.
 
ຈາກຄວາມດັງດັ່ງກ່າວກໍ່ມີ ADR Studios ນຳເອົາແຮງບັນດານໃຈຈາກ Instagram ມາອອກແບບໃຫ້ກາຍເປັນກ້ອງຖ່າຍຮູບແທ້ໆ ໂດຍໃສ່ຊື່ວ່າ
 Instagram Socialmatic Camera ໂດຍນຳໂລໂກ້ຂອງ Instagram ທີ່ເປັນກ້ອງຖ່າຍຮູບຢູ່ແລ້ວມາເປັນໂຕກ້ອງ
ເລີຍ.
ແຕ່ເພື່ອໃຫ້ທັນລະໄໝ ເພິ່ນຈື່ງຕິດຈໍສຳຜັດພ້ອມເຮັດໃຫ້ມີຄວາມບາງນຳອີກ. ໂດຍດ້ານຫລັງເປັນຈໍສຳຜັດ ເພື່ອງ່າຍໃນການ
ເລືອກ Filter ຕົບແຕ່ງຮູບ ລວມທັງປ້ອນຂໍ້ຄວາມຄຳອະທິບາຍຮູບ ແລະ ສາມາດຕໍ່ Wi-Fi ເພື່ອອັບໂຫລດຮູບຂື້ນ Instagram 
ໄດ້ທັນທີ. ກ້ອງ Instagram ມີໜ່ວຍຄວາມຈຳ 16GB ໂຕກ້ອງສາມາດປ່ຽນເລນໄດ້ ພ້ອມຍັງມີລະບົບສັ່ງພິມພາບອອກມາແບບ
ດຽວກັນກັບກ້ອງ Polaroid ນຳອີກ.
   ແຕ່ຢ່າຟ້າວດີໃຈຄິດຢາກໄດ້ເມື່ອເຫັນແລ້ວ ເພາະມັນເປັນພຽງການອອກເເບບຂອງ ADR Studios ເຊິ່ງແນ່ນອນຍັງບໍ່ມີການ
ຜະລິດຂາຍແທ້ ແຕ່ບໍ່ແນ່ ຖ້າກະແສຕອບຮັບໄດ້ຮັບຄວາມສົນໃຈດີ ກໍ່ອາດເຫັນມັນກາຍເປັນຜະລິດຕະພັນອອກຂາຍໃນມື້ໃດ
ມື້ໜຶ່ງແນ່ນອນ.

29.5.12

:: aimol Novo 7 ::


ainol ຜູ້ຜະລິດແທັບເລັດຈາກແດນມັງກອນ ແນະນຳ aimol Novo 7 Mars ແລະ ainol Novo 7 Tornados ແທັບເລັດລາຄາປະຫຍັດ ມາກັບລະບົບປະຕີບັດການ Android 4.0 loc Cream Sandwich ໜ່ວຍປະມວນຜົນ 1 GHz  ARM Cortex-A9 ໜ່ວຍຄວາມຈຳ RAM 1GB DDR3 ໜ່ວຍຄວາມຈຳໃນຕົວ 8 GB ຈໍສະແດງຜົນກ້ວາງ 7ນີ້ວ ຮອງຮັບການເຊື່ອມຕໍ່ wi-fi ແລະ ສະໜັບສະໜູນ 3G USB Dongle


28.5.12

Harddisk 60TB (coming soon)

ຮາດດິສຂະໜາດ 60TB

 ເຖິງວ່າອຸປະກອນການເກັບຂໍ້ມູນຫລັກພາຍໃນເຄື່ອງຊະນິດໃໝ່ຢ່າງ SSD ຈະເປັນກະແສ ທີ່ມີຜູ້ບໍລິ
ໂພກຕອບຮັບຫລາຍ ໃນດ້ານປະສິດທິພາບທີ່ດີໃນທຸກໆດ້ານ ພ້ອມນັ້ນຍັງມີຂະໜາດນ້ອຍ ທີ່ຜູ້ຜະລິດ ນຳເອົາໄປໃຊ້ກັບເຄື່ອງຂອງຕົນເອງໄດ້  ບໍ່ວ່າຈະເປັນເຄື່ອງຊະນິດໃດ ຮູບແບບໃດກໍ່ສາມາດ ນຳເອົາ ໄປ ໃຊ້ໄດ້ ແຕ່ມັນກໍ່ບໍ່ໄດ້ແປວ່າເທັກໂນໂລຢີຂອງຣາດດິສແບບເກົ່າໆຈະຢຸດພັດທະນາໄປ ເພາະລາຍງານ ລ່າສຸດນີ້ ກໍ່ຄາດວ່າຄວາມລະອຽດໃນການເກັບຂໍ້ມູນລົງໄປໃສ່ແຜ່ນຣາດດິສແບບເກົ່າ ຈະສາມາດເພີ່ມ ເຂົ້າໄປໄດ້ອີກ 2 ເທົ່າພາຍໃນປີ 2016 ຊຶ່ງມັນກໍ່ໝາຍເຖິງ ຄວາມຈຸຂອ ງຣາດດິສທີ່ເພີີ່ມຂື້ນອີກ 2ເທົ່າ ດ້ວຍກັນ.

 

27.5.12

::News MacBook Pro::

MacBook Pro ຮຸ່ນໃໝ່ຕຽມເປີດໂຕຈະມາພ້ອມໜ້າຈໍ Retina ຫຼື HiDPI ທີ່ຈະເຮັດໃຫ້ເຮົາໃຊ້ງານໜ້າຈໍໄດ້
ລະອຽດກວ່າເກົ່າ ການເພີ່ມຟີເຈີເຂົ້າມາອາດຈະເຮັດໃຫ້ Apple ຕ້ອງປັບລາຄາເຄື່ອງເພີ່ມຈາກເດີມເກືອບ
$100 ແລະ Richard Shim. ນັກວິເຄາະຈາກ DisplaySearch ໄດ້ເວົ້າວ່າຈະປັບແຕ່ 2 ຮຸ້ນ ຂະໜາດ 13.3 ແລະ
15.4 ນີ້ວ.

Case Marine ເຄສກັນນ້ຳ

Case Marine

ດີໄຊລບາງໄດ້ການຮັບຮອງມາດຕະຖານIPX8(ມາດຕະຖານລະດັບສູງໃນອຸດສາຫະກຳຂອງປະເທດຢີ່ປຸ່ນ)
ກັນນ້ຳໄດ້ເລີກເຖິງ10ເເມັດ. ຄວາມໜາຂອງ Case Marine ມີພຽງແຕ່ 0.25 ມິນລີແມັດ.

Lor separat

Sam vocabular

ປະເທດທີ່ກຳລັງເຂົ້າເບິ່ງ

Pages

Blogger templates

free counters

Laos site.