:: aimol Novo 7 ::
ainol ຜູ້ຜະລິດແທັບເລັດຈາກແດນມັງກອນ ແນະນຳ aimol Novo 7 Mars ແລະ ainol Novo 7 Tornados ແທັບເລັດລາຄາປະຫຍັດ ມາກັບລະບົບປະຕີບັດການ Android 4.0 loc Cream Sandwich ໜ່ວຍປະມວນຜົນ 1 GHz ARM Cortex-A9 ໜ່ວຍຄວາມຈຳ RAM 1GB DDR3 ໜ່ວຍຄວາມຈຳໃນຕົວ 8 GB ຈໍສະແດງຜົນກ້ວາງ 7ນີ້ວ ຮອງຮັບການເຊື່ອມຕໍ່ wi-fi ແລະ ສະໜັບສະໜູນ 3G USB Dongle
ainol Novo 7 Mars ໃຊ້ຈໍສະແດງຜົນ ຄວາມລະອຽດ 1024 x 600 ພິກເຊັວ ຈຳໜ່າຍໃນລາຄາ 4,850 ບາດ. ສ່ວນ ainol Novo 7 Tornados ໃຊ້ຈໍສະແດງຜົນ ຄວາມລະອຽດ 800 x 480 pixel ລາຄາປະມານ 3,450 ບາດ ( ລາຄາດັ່ງກ່າວໄດ້ມາຈາກຮ້ານຄ້າອອນລາຍແຫ່ງໜຶ່ງ ແລະ ແຕ່ລະຮ້ານບໍ່ເທົ່າກັນ )
No comments:
Post a Comment