MacBook Pro ຮຸ່ນໃໝ່ຕຽມເປີດໂຕຈະມາພ້ອມໜ້າຈໍ Retina ຫຼື HiDPI ທີ່ຈະເຮັດໃຫ້ເຮົາໃຊ້ງານໜ້າຈໍໄດ້
ລະອຽດກວ່າເກົ່າ ການເພີ່ມຟີເຈີເຂົ້າມາອາດຈະເຮັດໃຫ້ Apple ຕ້ອງປັບລາຄາເຄື່ອງເພີ່ມຈາກເດີມເກືອບ
$100 ແລະ Richard Shim. ນັກວິເຄາະຈາກ DisplaySearch ໄດ້ເວົ້າວ່າຈະປັບແຕ່ 2 ຮຸ້ນ ຂະໜາດ 13.3 ແລະ
15.4 ນີ້ວ.

MacBook Pro ລຸ້ນ 15.4 ນີ້ວ ຈະມີຄວາມລະອຽດຢູ່ທີ່ 2880x1800 pixels ແລະ 220 Pixels per inch (ppi) ຈາກໂຕເດີມຄວາມລະອຽດແມ່ນຢູ່ທີ່ 1440x900 Pixels ແລະ 110 ppi.
ທີ່ມາ:Macrumors
No comments:
Post a Comment