ຍັກໃຫຍ່ຂອງວົງການ Social Network ຈະຜະລິດສະມາດໂຟນໃນນາມວ່າ Facebook Phone ອອກມາ. ແລະໜ້າຕາຂອງ ເຟສບຸກໂຟນກໍ່ໄດ້ຖືກຖ່າຍຖອດຜ່ານແນວຄິດດີໄຊລ໌ເນີ້ Michal Bonikowski ອອກມາໃຫ້ເຮົາໄດ້ເຫັນກັນແລ້ວ.
6.6.12
Facebook Phone ທີ່ສຸດຂອງຄອນເຊັບດີໄຊລ໌ ສະມາດໂຟນສັນຊາດ Social Network ” ເຟສບຸກ ໂຟນ “
ຍັກໃຫຍ່ຂອງວົງການ Social Network ຈະຜະລິດສະມາດໂຟນໃນນາມວ່າ Facebook Phone ອອກມາ. ແລະໜ້າຕາຂອງ ເຟສບຸກໂຟນກໍ່ໄດ້ຖືກຖ່າຍຖອດຜ່ານແນວຄິດດີໄຊລ໌ເນີ້ Michal Bonikowski ອອກມາໃຫ້ເຮົາໄດ້ເຫັນກັນແລ້ວ.
ທອດ MacBook , iPhone , iPad ພ້ອມເສີບໃຫ້ລອງຊິມ^^
ຫລັງຈາກ iPhone , iPad ຖືກຍິງ ຖືກປັ່ນກັນໄປຫຼາຍແລ້ວ ມື້ນີ້ລອງມາເບິ່ງແບບ ທອດຊຸບແປ້ງກັນ. ງານນີ້ມີ MacBook ຮ່ວມວົງທອດນຳອີກ. ເບິ່ງແລ້ວເປັນຕາແຊບແມ່ນບໍ່^^
2.6.12
ໂຄງສ້າງຂອງ iPhone 5
ຫລັງຈາກໄດ້ເບິ່ງ VDO ໜ້າຈໍ iPhone 5 ຂະໜາດ 4ນີ້ວ ທຽບກັບ iPhone 4s ໄປແລ້ວ ຕໍ່ມາເຮົາມາເບິ່ງແບບໂຄງຮ່າງຂອງ iPhone 5 ກັນ. ແມ່ນເປັນທີ່ແນ່ນອນແລ້ວວ່າ New iPhone ຈະມາພ້ອມກັບໜ້າຈໍຂະໜາດໃຫຍ່ກວ່າ iPhone 4s ແລະ ມີການປັບປ່ຽນໂຄງສ້າງເລັກໜ້ອຍ.
30.5.12
:: Instagram :: ກາຍເປັນກ້ອງຖ່າຍຮູບແທ້ແລ້ວ

ເພີ່ມຂື້ນຫລາຍລ້ານຄົນຢ່າງໄວວາຈົນທາງ Facebook ຢູ່ລ້າບໍ່ໄດ້ຈົນຕ້ອງໄດ້ຊື້ກິດຈະ
ການທັນທີ່ ຈາກກຸ່ມພັດທະນາໂປຣແກຣມມືຖືນ້ອຍໆ ກາຍເປັນກຸ່ມບໍລິສັດມູນຄ່າ
ຫລາຍຮ້ອຍລ້ານທັນທີ.
ຈາກຄວາມດັງດັ່ງກ່າວກໍ່ມີ ADR Studios ນຳເອົາແຮງບັນດານໃຈຈາກ Instagram ມາອອກແບບໃຫ້ກາຍເປັນກ້ອງຖ່າຍຮູບແທ້ໆ ໂດຍໃສ່ຊື່ວ່າ Instagram Socialmatic Camera ໂດຍນຳໂລໂກ້ຂອງ Instagram ທີ່ເປັນກ້ອງຖ່າຍຮູບຢູ່ແລ້ວມາເປັນໂຕກ້ອງ
ເລີຍ.
ແຕ່ເພື່ອໃຫ້ທັນລະໄໝ ເພິ່ນຈື່ງຕິດຈໍສຳຜັດພ້ອມເຮັດໃຫ້ມີຄວາມບາງນຳອີກ. ໂດຍດ້ານຫລັງເປັນຈໍສຳຜັດ ເພື່ອງ່າຍໃນການ
ເລືອກ Filter ຕົບແຕ່ງຮູບ ລວມທັງປ້ອນຂໍ້ຄວາມຄຳອະທິບາຍຮູບ ແລະ ສາມາດຕໍ່ Wi-Fi ເພື່ອອັບໂຫລດຮູບຂື້ນ Instagram
ໄດ້ທັນທີ. ກ້ອງ Instagram ມີໜ່ວຍຄວາມຈຳ 16GB ໂຕກ້ອງສາມາດປ່ຽນເລນໄດ້ ພ້ອມຍັງມີລະບົບສັ່ງພິມພາບອອກມາແບບ
ດຽວກັນກັບກ້ອງ Polaroid ນຳອີກ.
ແຕ່ຢ່າຟ້າວດີໃຈຄິດຢາກໄດ້ເມື່ອເຫັນແລ້ວ ເພາະມັນເປັນພຽງການອອກເເບບຂອງ ADR Studios ເຊິ່ງແນ່ນອນຍັງບໍ່ມີການ
ຜະລິດຂາຍແທ້ ແຕ່ບໍ່ແນ່ ຖ້າກະແສຕອບຮັບໄດ້ຮັບຄວາມສົນໃຈດີ ກໍ່ອາດເຫັນມັນກາຍເປັນຜະລິດຕະພັນອອກຂາຍໃນມື້ໃດ
ມື້ໜຶ່ງແນ່ນອນ.